ຄວາມເປັນມາ

ວັດພູເປັນສະຖານທີ່ບູຮານວັດຖຸຕັ້ງຢູ່ພາກໃຕ້ຂອງລາວທີ່ແຂວງຈຳປາສັກຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດກຳປູເຈຍຫ່າງຈາກ
ອັງກໍວັດປະມານ 200 ກິໂລແມັດແລະປະມານ1ຊົ່ວໂມງໄປທາງລົດຈາກປາກເຊ. ວັດພູຈຳປາສັກໄດ້ຖຶກຮັບຮອງໃຫ້ເປັນມໍລະດົກໂລກຈາກອົງ
ການຢູເນສໂກ (UNESCO). ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງທີ່ມີສິດເກົ່າແກ່ຊຶ່ງເປັນອາຄານກົກເຄົ້າສ້າງຂື້ນໃນສັດຕະວັດທີ6,ຈາກ
ນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາຈົນມາເຖິງສັດຕະວັດທີ15. ວັດພູເປັນບູຮານສະຖານທີ່ໄດ້ອິດທິພົນທາງດ້ານວັດທະນະທຳມາຈາກຫຼາຍ
ແຫ່ງ ຊຶ່ງລວມມີສິລະປະຂອມ,ອິນດູແລະພຸດຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນໃນລວດລາຍສິລະປະຕາມສະຖານທີ່ຕ່າງໆໃນຂົງເຂດວັດ
ແຫ່ງນີ້ບໍ່ວ່າຈະເປັນຮິດຄອງຫຼືການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດປະຈຸບັນຂອງວັດພູທີ່ເລີ່ມສ້າງມາແຕ່ຈ.ສ1000ກໍ່ຄື:ສິລະປະຂອງຮິນ
ດູ,ໂດຍມີການເຊື່ອຖືເທບພະເຈົ້າຂອງສາສະໜາອິນດູຈາກປະກົດການທຳມະຊາດພູເກົ້າຊຶ່ງເປັນຈຸດປະກາຍຫຼັກໃນການມາສ້າງວັດພູ. ສ່ວນປະ
ກອບຂອງວັດມີຮູບຊົງໄຕຣມູມ,ເປັນລຳດັບຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ:ຮ່ອງນໍ້າທີ່ສົ່ງນໍ້າສັກສິດຍາວຢຽດອອກໄປເຖິງ10ກິໂລແມັດທີ່ສ້າງດ້ວຍ
ຜູ້ຄົນໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດ ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວຍ. ປັດໃຈອື່ນກ່ຽວກັບການມີອຳນາດແຊກແຊງລັດຖິ
ອິນດູ ແລະ ການເລືອກສະຖານທີ່ສ້າງວັດພູແມ່ນເລືອກເອົາເສັ້ນຂະໜານທິດຕາເວັນອອກ-ຕາເວັນຕົກເປັນຫຼັກ,ເຊັ່ນດຽວກັນກັບຈອມພູເກົ້າ
ຊຶ່ງປະກອບກັບປະກົດການທາງທຳມະຊາດຮ່ວມກັບແນວຄິດຂອງພຣະສີວະສາສະໜາອິນດູ.ການຖືຕາເວັນຂື້ນກໍ່ມີຄວາມກ່ຽວພັນກັບພຣະສີວະ,
ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ. ຫຼັງຈາກຫຼາຍສັດຕະວັດຂອງການລີ້ຊ້ອນຢູ່ໃນ
ຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ,ນັກສຳຫຼວດທາງຊາວຝຣັ່ງ, ທ່ານອອງຣີປາກມອງຈີເອ,ຈຶ່ງໄດ້ຄົ້ນພົບວັດພູຄືນອີກໃນປີ 1914.ຫຼັງຈາກ
ໄດ້ຖ່າຍຮູບເອົາສະຖານທີ່ນີ້ແລ້ວ,ອີກຄັ້ງໜື່ງ ແລະ ກໍ່ມິດ ງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ.ຄວາມສົນໃຈໄດ້ກັບຄືນມາອີກ
ເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງ ການ ຢູເນັດສໂກ(UNESCO)ໄດ້ເລີ່ມຕົ້ນລົງໄປສຳຫຼວດດ້ານບູຮານສະຖານຂອງສະຖານທີ່ແຫ່ງນີ້.ການລົງ
ສຳຫຼວດໃນ ເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງກົດໝາຍວ່າດ້ວຍມໍລະດົກທີ່ໄດ້ສ້າງຂື້ນ,ຊຶ່ງມີເນື້ອໃນ
ວ່າດ້ວຍການປົກປັກຮັກສາບູລະນະສະຖານທີ່ນີ້ໄວ້ໃນປີ 2001.



ความคิดเห็น